ການເມືອງ

ໂຄງ​ປະກອບ​ລະບົບ​ການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີ​ ພັກ​ປະຊາຊົນປະຕິວັດ​ລາວ, ລັດ ສປປລາວ ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ ພ້ອມ​ດ້ວຍ​ບັນດາ​ກົນ​ໄກ ແລະ ລະບອບ​ລະບຽບ ໄປ​ຄຽງ​ຄູ່​ກັນ. ພັກ​ປະຊາຊົນ​ປະຕິວັດ​ລາວ ສ້າງຕັ້ງຂຶ້ນ ໃນ​ວັນ​ທີ 22 ມີນາ 1955 ເຊິ່ງ​ເປັນ​ພັກ​ທີ່​ໄດ້​ນຳພາ​ປະຊາຊົນ​ບັນດາ​ເຜົ່າ ຕ້ານ​ຈັກກະພັດ ຜູ້​ຮຸກ​ຮານ ແລະ ໄດ້​ຮັບ​ໄຊຊະ ນະ​ໃນ​ວັນ​ທີ 2 ທັນວາ 1975 ແລະ ສືບຕໍ່​ພາລະ​ກຳ​ປະຫວັດສາດ ປົກ​ປັກ​ຮັກສາ-ສ້າງສາ​ປະ​ເທດ​ຊາດ ແລະບູລະນະລະບອບ​ປະຊາທິປະ​ໄຕປະຊາຊົນ​ກ້າ​ວ ສູ່​ສັງຄົມ​ນິຍົມ ເທື່ອ​ລະ​ກ້າວ​ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ ປະຊາຊົນ​ມີ​ຄວາມ​ຜາ​ສຸກ ສັງຄົມ​ມີ​ຄວາມ​ສີວິ​ໄລ ແລະ ຍຸດຕິ​ທຳ. ພັກ​ປະຊາຊົນ​ ປະຕິວັດ​ລາວ ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ແລ້ວ 10 ຄັ້ງ, ແຕ່ລະຄັ້ງ​ໄດ້​ມີ​ບົດ​ລາຍ​ງານ​ການ​ເມືອງ​ວາ​ງ​ແຜນ​ແນວທາງ​ຍຸດ​ທະ​ສາດແຕ່່ລະສະ​ໄໝ ແລະ ເລືອກ​ຜູ້ນຳ​ຍຸດທະ​ສາດ ແຕ່ລະຄັ້ງ ແລະ ຮັບຮອງ​ເອົາ​ກົດລະບຽບຂອງ​ພັກ. ປະທານ ໄກສອນ ພົມວິຫານ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ ເລຂາທິການ​ໃຫຍ່ ແລະ ປະທານ​ ຄະນະ​ບໍລິຫານ ງານ​ສູນ​ກາງ​ພັກ ແຕ່​ຄັ້ງທີ 1-5, ຈາກ​ນັ້ນ​ໄດ້​ເລືອກ​ຕັ້ງ ທ່ານ ຄຳໄຕ ສີພັນດອນ ເປັນ​ປະທານ​ພັກ​ ແລະ ທ່ານ ຈຸມມະລີ ໄຊຍະສອນ ແມ່ນເລຂາທິການໃຫຍ່ຂອງພັກ ຄົນປະຈຸບັນ. ການຈັດຕັ້ງ ຂອງ​ພັກມີ 4 ຂັ້ນຄື: ຂັ້ນສູນ​ກາງ, ແຂວງ, ເມືອງ ແລະ ຮາກ​ຖານ ເຊິ່ງ​ເປັນ​ແກນ​ນຳ​ໃຫ້​ແກ່​ຂະ​ບວນການ​ການ​ຕໍ່ສູ້ກູ້​ຊາດໃນ​ເມື່ອ​ ກ່ອນ ແລະ ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທດ​ຊາດ ໃນ​ປະຈຸ​ບັນ​.
ລັດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ແມ່ນ​ລັດ​ປະຊາທິປະ​ໄຕປະຊາຊົນ. ອຳນາດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ,ໂດຍ​ປະຊາ​ຊົນ ແລະ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ ຊຶ່ງ​ປະກອບ​ດ້ວຍ​ບັນດາ​ຊັ້ນຄົນ​ຢູ່​ໃນ​ສັງຄົມ ໂດຍ​ແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນ​ຮູ້​ປັນຍາ​ຊົນ​ ເປັນ​ຫຼັກ​ແຫ​ລ່ງ. ໂດຍ​ມີ​ ປະທານ​ປະ​ເທດ​ ເປັນ​ປະມຸກ​ລັດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ເປັນ​ຜູ້ຕາງຫນ້າ​ໃຫ້​ປະຊາ ຊົນ​ລາວ ບັນດາ​ເຜົ່າ ທັງ​ຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ ຊຶ່ງ​ແມ່ນ​ສະພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ຫນ້ອຍ 2/​3 ຂອງ​ຈຳນວນ​ສະມາ ຊິກ​ສະພາ​ແຫ່ງ​ຊາດ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ. ປະທານ​ປະ​ເທດ​ມີ​ອາຍຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ ທ່ານ ບຸນຍັງ ວໍລະຈິດ ດຳລົງຕຳແຫນ່ງເປັນ​ປະທານປະເທດ. ລັດ​ ປະຊາທິປະ​ໄຕປະຊາຊົນ ປະກອບ​ດ້ວຍ 3 ອຳນາດ​ຄື: ສະພາ​ແຫ່ງ​ຊາດ ແມ່ນ​ອົງການ​ຕົວ​ແທນ​ແຫ່ງ​ສິດ​ອຳນາດ ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ ບັນດາ​ເຜົ່າ, ເປັນ​ອົງການ​ອຳນາດ​ ແຫ່ງ​ລັດ ແລະ ທັງ​ເປັນ​ອົງການ​ນິຕິບັນຍັດ ທີ່​ມີ​ສິດ​ຕົກລົງ ບັນຫາ​ພື້ນຖານ​ຂອງ​ປະ​ເທດ​ຊາດ, ຕິດຕາມ​ກວດກາ​ການ​ ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິຫານ, ສານ​ປະ ຊາຊົນ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ. ການ​ກໍ່ສ້າງ ແລະ ປັບປຸງ​ກົດຫມາຍມາ​ຮອດ​ປະຈຸ​ບັນ​ ມີ​ທັງ​ ຫມົດ 58 ສະບັບ. ສະພາ​ແຫ່ງ​ຊາດ​ແຕ່​ລະ​ ຊຸດ​ມີ​ອາຍຸ ຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ສະ​ແຫ່ງ​ຊາດ​ຊຸດ​ທີ V ໂດຍ​ແມ່ນ​ທ່ານ ສະຫມານ​ວິ​ຍະ​ເກດ ເປັນ​ປະທານ.ລັດຖະບານ​ແມ່ນ​ອົງການ​ບໍລິຫານ​ແຫ່ງ​ລັດ. ລັດຖະບານຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບການ ປະຕິບັດ​ຫນ້າ​ທີ່​ຂອງ​ລັດ​ໃນ​ທຸກ​ດ້ານ: ການ​ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງ​ກັນຊາ​ດ-ປ້ອງ​ກັນ, ຄວາມ​ສະຫງົບ ແລະ ການ​ຕ່າງປະ​ເທດ. ລັດຖະບານ​ປະກອບ​ດ້ວຍ ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າ​ອົງການ​ທຽບ​ເທົ່າກະຊວງ. ມີ​ອາຍຸ​ການ​ເທົ່າ​ກັບ​ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ. ປະຈຸ​ບັນ​ ແມ່ນ​ ທ່ານ ທອງລຸນ ສີສຸລິດ ເປັນ​ນາຍົກລັດຖະ ມົນຕີ ໂດຍ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ປະ ທານ​ປະ​ເທດ ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ແລ້ວ.
ອົງການຈັດຕັ້ງທີ່ສຳຄັນຂອງລັດ
ພັກປະຊາຊົນປະຕິວັດລາວ
ສະພາແຫ່ງຊາດ
ແນວລາວສ້າງຊາດ
ສະຫະພັນກຳມະບານ
ສະຫະພັນແມ່ຍິງ
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ການຈັດຕັ້ງ ແລະ ການບໍລິຫານ
ຫຼາຍບ້ານລວມກັນເປັນ ເມືອງ
ຫຼາຍເມືອງລວມກັນເປັນ ແຂວງ
ຫຼາຍແຂວງລວມກັນເປັນ ປະເທດ
ຄະນະກຳມະການປົກຄອງບ້ານ ມີນາຍບ້ານເປັນຫົວໜ້າຜູ້ບໍລິຫານບ້ານ
ຄະນະກຳມະການປົກຄອງເມືອງ ມີເຈົ້າເມືອງເປັນຫົວໜ້າຜູ້ບໍລິຫານເມືອງ
ຄະນະກຳມະການປົກຄອງແຂວງ ມີເຈົ້າແຂວງເປັນຫົວໜ້າຜູ້ບໍລິຫານແຂວງ
ຄະນະກຳມະການປົກຄອງນະຄອນຫຼວງ ມີເຈົ້າຄອງນະຄອນຫຼວງເປັນຜູ້ບໍລິຫານນະຄອນຫຼວງ
ລະດັບສູນກາງ ມີກະຊວງ ຄະນະກຳມະການເປັນຜູ້ເບິ່ງແຍງ ແລະ ບໍລິຫານ
1213
ກອງທັບລາວ
ເບິ່ງບົດຄວາມທີ່ວ່າ ກອງທັບປະຊາຊົນສປປລາວ

ความคิดเห็น