ສັງຄົມ
ປະຊາກອນ[ແກ້ໄຂ]
ປະຊາກອນລາວ ປະກອບມີ 3 ຊົນເຜົ່າໃຫຍ່ ແລະ 49 ຊົນເຜົ່ານ້ອຍ ປະຊາກອນສ່ວນຫຼາຍນັບຖືສາສະໜາພຸດ, ສາສະໜາກຣີດ ແລະ ສາສະໜາບັນພະບູລຸດ.
ໂຄງສ້າງດ້ານເພດ[ແກ້ໄຂ]
ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%
ໂຄງສ້າງດ້ານອາຍຸ[ແກ້ໄຂ]
ໃນຈຳນວນພົນລະເມືອງລາວ 6,588,447 ຄົນ (ຂໍ້ມູນ ປະຈຳປີ 2016ຂອງກະຊວງປ້ອງກັນຄວາມສະຫງົບ), ໝວດອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ (ຊາຍ 66 ປີ ແລະ ຍິງ 63 ປີ).
ໂຄງສ້າງດ້ານອາຊີບ[ແກ້ໄຂ]
ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ (ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ) ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.
ໂຄງສ້າງດ້ານຊົນເຜົ່າ[ແກ້ໄຂ]
ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 49 ຊົນເຜົ່າ, ມີ 114 ກວ່າ ເຜົ່າຊົນ ແລະ ມີ 4 ໝວດພາສາ ມີດັ່ງນີ້:
ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ. ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ.
ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.
ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ (ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ (ຂາວ, ດຳ, ລາຍ, ແດງ), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ. ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້. ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ (ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).
ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ. ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.
ຊື່ແຂວງ
ຈໍານວນ ຊື່ແຂວງ ເນື້ອທີ່
ກມ² ຈຳນວນ
ປະຊາກອນ ຍິງ ຊາຍ ຄວາມໜາແໜ້ນ
ຄົນ/ກມ²
1 ອັດຕະປື 10.320 121.134 61.740 59.394 12
2 ບໍ່ແກ້ວ 6.196 157.422 79.116 78.306 25
3 ບໍລິຄຳໄຊ 14.863 248.378 122.738 125.641 17
4 ຈຳປາສັກ 15.415 634.756 319.886 314.870 41
5 ຫົວພັນ 16.500 302.809 150.095 152.714 18
6 ຄໍາມ່ວນ 16.315 360.304 183.070 177.234 22
7 ຫຼວງນ້ຳທາ 9.325 156.667 79.109 77.558 17
8 ຫຼວງພະບາງ 16.875 431.439 215.440 215.999 26
9 ອຸດົມໄຊ 15.370 285.874 143.161 142.713 19
10 ຜົ້ງສາລີ 16.270 172.286 85.830 86.456 11
11 ໄຊຍະບູລີ 16.839 360.195 178.301 181.893 22
12 ສາລະວັນ 10.691 349.478 177.856 171.622 33
13 ສະຫວັນນະເຂດ 21.774 874.660 442.866 431.794 40
14 ເຊກອງ 7.665 92.624 46.749 45.830 12
15 ນະຄອນຫຼວງວຽງຈັນ 3.920 740.010 370.293 369.717 189
16 ວຽງຈັນ 22.554 454.660 223.392 231.269 20
17 ຊຽງຂວາງ 16.358 257.683 127.652 130.031 16
ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນ ແຂວງສະຫວັນນະເຂດ (874.660 ຄົນ), ແຂວງທີ່ມີປະຊາກອນໜ້ອຍກວ່າໝູ່ແມ່ນ ແຂວງເຊກອງ (92.624 ຄົນ, ແຂວງທີ່ມີອັດຕາຄວາມໜາແໜ້ນ ສະເລ່ຍຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ (189ຄົນ/ກມ²), ແຂວງທີ່ມີອັດຕາຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນ ແຂວງຜົ້ງສາລີ (11ຄົນ/ກມ²), ແຂວງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ (22.554 ກມ²) ແລະ ແຂວງທີ່ມີເນື້ອທີ່ໜ້ອຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ (3.920 ກມ²).
--183.182.103.136 ໑໐:໕໘, ໓ ສິງຫາ ໒໐໑໓ (UTC)

ความคิดเห็น
แสดงความคิดเห็น